ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກະຊວງກະສິກໍາ ປ່າໄມ້ ແລະ ການປະມົງ ແຫ່ງຣາຊະອານາຈັກກຳປູເຈຍ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດິດ ທິນາ ລັດຖະມົນຕີກະ ຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາ ຈັກກຳປູເຈຍ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບໃນວັນທີ 23 ມິ ຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ດິດ ທິນາ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງສອງປະເທດ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງກະສິ ກຳ,ປ່າໄມ້ ແລະ ການປະມົງ ແຫ່ງຣາຊະອານາຈັກກຳປູ ເຈຍ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມ ພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມກັນນີ້,ທ່ານ ດິດ ທິນາ ກໍໄດ້ສະແດງຄວາມຂອບ ໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ລາຍງານໃຫ້ຊາບເຖິງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຜົນຂອງການພົບປະສອງຝ່າຍ ລະ ຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ກັບ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງແຫ່ງຣາຊະອານາຈັກກຳປູເຈຍ ຕື່ມອີກ.
ຂ່າວ-ພາບ: ບຸນຕອມ





