Grand News Asia Close

ນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລາວ-ກໍາປູເຈຍ ສືບຕໍ່ຈັດຕັ້ງປະຕິບັດ 3 ສັນຍາ

ដោយ៖ Morm Sokun ​​ | 3 ម៉ោងមុន ព័ត៌មានជាតិ 1018

ໃນຕອນບ່າຍວັນທີ 23 ມິຖຸນາ 2026, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດິດ ທິນາ, ລັດຖະມົນຕີ ກະຊວງກະສິກຳ, ປ່າໄມ້ ແລະການປະມົງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ດິດ ທິນາ ພ້ອມດ້ວຍຄະນະ, ຊຶ່ງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືຂອງສອງປະເທດ ໃຫ້ນັບມື້ຂະຫຍາຍຢ່າງຕໍ່ເນື່ອງ.
– ສະເໜີກະຊວງກະສິກຳ ແລະ ສິ່ງແວດລ້ອມລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງກຳປູເຈຍ ສືບຕໍ່ຈັດຕັ້ງປະຕິບັດ 3 ສັນຍາສໍາຄັນ ຄື: ສັນຍາດ້ານຂົນສົ່ງ, ສັນຍາດ້ານສຸຂະນາໄມພືດ (SPS) ແລະ ສັນຍາດ້ານສຸຂະພາບສັດ ໃຫ້ມີປະສິດທິຜົນ;
– ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນການຮ່ວມມືໃນບົດບັນທຶກຄວາມເຂົ້າໃຈ (JC 13) ໃຫ້ປະກົດຜົນເປັນຈິງ ເພື່ອເປັນຂໍ້ມູນໃຫ້ແກ່ການກະກຽມດຳເນີນກອງປະຊຸມຄະນະກຳມາທິການຮ່ວມ ລາວ-ກຳປູເຈຍ ຄັ້ງທີ 14 (JC 14);
– ສືບຕໍ່ປະສານສົມທົບກັນໃນວຽກງານອະນຸລັກປ່າໄມ້ ແລະ ສັດນໍ້າ ໂດຍສະເພາະ ການອະນຸລັກປາໂລມານໍ້າຈືດ, ການຈັດຕັ້ງປະຕິບັດສົນທິສັນຍາ CITES
– ສະເໜີໃຫ້ມີໂຄງການຮ່ວມມືສອງຝ່າຍ ກ່ຽວກັບການຄຸ້ມຄອງການປະມົງຕາມເຂດຊາຍແດນ,
– ຊຸກຍູ້ບັນດາພາກທຸລະກິດ ຂອງສອງປະເທດ ໃຫ້ມີການແລກປ່ຽນສິນຄ້ານຳກັນຫລາຍຂຶ້ນ….#ອ່ານເນື້ອໃນເພີ່ມທີ່ລິ້ງ>>> https://laophattananews.com/255145/
#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ນາຍົກລັດຖະມົນຕີ #ລາວ_ກຳປູເຈຍ #nlpn #lpn018
_______________@_______________
ສະໜັບສະໜູນຂ່າວໂດຍ: ບໍລິສັດ AGL ປະກັນໄພລາວ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/@laophattananews
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

អត្ថបទទាក់ទង